ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ນິຕິກຳວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່
3 ຂັ້ນຂອງພັກໃນທົ່ວກອງທັບ ຢູ່ຈຸດທີ 3

     ກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກຳວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນທົ່ວກອງທັບ ຢູ່ຈຸດ
ທີ 3 ໄດ້ຈັດຂຶ້ນໃນ ວັນທີ 24 ພະຈິກ 2023 ຢູ່ກອງພົນທີ 4, ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາ
ມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ໃຈເພັດ ວົງແສນ
ສົມ ຮອງຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາກອງພົນທີ 4, ກອງພົນທີ 5, ກອງບັນຊາ
ການທະຫານ ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື, ກອງພັນໃຫຍ່ 621, 642, 644,
645, 661, ໂຮງກໍ່ສ້າງນາຍສິບ ເລກ 2 ວຽງໄຊ ແລະ ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ເຂົ້າຮ່ວມ.

     ການຈັດຕັ້ງເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຕາມການແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ ກ່ຽວກັບ
ການເຊື່ອມຊຶມ, ຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄໍາສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການ
ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເພື່ອແນໃສ່ເຮັດໃຫ້ບັນດາຄະນະພັກໃນທົ່ວກອງທັບ ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງ
ປະຕິບັດໃຫ້ມີຄວາມເປັນເອກະພາບທັງເປັນການກຽມຄວາມພ້ອມກ້າວເຂົ້າສູ່ກອງປະຊຸມໃຫຍ່ຂອງພັກໃນທົ່ວກອງທັບ ເພື່ອເປັນການປັບ
ປຸງພາຍໃນພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກຖືກຕ້ອງ
ຕາມກົດລະບຽບຂອງພັກ, ເພີ່ມທະວີຄວາມສາມັກຄີ, ຍົກສູງຄວາມສາມາດນໍາພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກ, ເສີມຂະ
ຫຍາຍ ປະຊາທິປະໄຕ ເຊີດຊູສະຕິປັນຍາຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ແລະ ບັນດາອົງການຈັດຕັ້ງໃນລະບົບການເມືອງ,
ເພື່ອກວດກາຕີລາຄາການຜັນຂະຫຍາຍນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບພັກ, ແຜນພັດ
ທະນາເສດຖະກິດ-ສັງ ຄົມ 5 ປີ ແຫ່ງລັດ ຄັ້ງທີ IX ຕິດພັນກັບການປະຕິບັດມະຕິ ກອງປະຊຸມໃຫຍ່ ເເລະ ແຜນພັດທະນາເສດຖະກິດ-ສັງ
ຄົມ 5 ປີ ຂອງທ້ອງຖິ່ນ, ຂະແໜງການ.

     ພ້ອມນັ້ນ, ກໍກຳນົດທິດທາງ, ຄາດໝາຍສູ້ຊົນເເຕ່ລະດ້ານ, ແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າຂອງຄະນະພັກຂັ້ນຂອງຕົນ
ໃຫ້ສອດຄ່ອງກັບຄວາມເປັນຈິງ, ພາວະວິໄສ, ຮອບດ້ານ ເເລະ ສາມາດຈັດຕັ້ງປະຕິບັດໄດ້, ເພື່ອຄັດເລືອກບຸກຄະລາກອນທີ່ມີມາດຖານ,
ເງື່ອນໄຂທີ່ໄດ້ກຳນົດໄວ້ປະກອບເຂົ້າໃນການຈັດຕັ້ງ ແຕ່ລະຂັ້ນ ໃນລະບົບການເມືອງ, ເພື່ອບຸກທະລຸສ້າງການຫັນປ່ຽນຢ່າງເເຂງເເຮງ ເເລະ
ເລິກເຊິ່ງ, ວຽກງານພະນັກງານຂອງຂະແໜງການ, ທ້ອງຖິ່ນສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນ
ໄລຍະໃໝ່ ເເລະ ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາຂອງມະຫາຊົນ ຕໍ່ການນຳພາຂອງຄະນະພັກແຕ່ລະຂັ້ນ, ເພື່ອຍູ້ແຮງການເຄື່ອນໄຫວວຽກ
ງານຮອບດ້ານໃນທົ່ວອົງຄະນະພັກ, ປຸກລະດົມສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາລະກິດ
ປົກປັກຮັກສາ ເເລະ ພັດທະນາປະເທດຊາດ, ພັດ ທະນາທ້ອງຖິ່ນ ເເລະ ຂະແໜງການຂອງຕົນໃຫ້ກາຍເປັນຂະບວນການກວ້າງຂວາງຟົດ
ຟື້ນ ແລະ ຕໍ່ເນື່ອງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 28/11/2023